ຈຂກທ. ກະທູ້: ການຕິດຕັ້ງ SMF 2.0 RC1  (ອ່ານ 1161 ເທື່ອ)

0 ຄົນ ແລະ 1 ຂາສັນຈອນ ກຳລັງເບິ່ງກະທູ້ນີ້.

au໘ust

  • Administrator
  • Jr. Member
  • *****
  • ໂພສ: 81
  • ຄຸນງາມຄວາມດີ: +4/-0
  • ເພດ: ຊາຍ
  • ບັກນິນນີ່ ແອນ ຮິສ ແອດແວນເຈີ ອອຟ ເດິມໍລະສຸມຊີວິດ
    • ເບິ່ງຂໍ້ມູນສະມາຊິກ
    • au8ust's tech channel
ການຕິດຕັ້ງ SMF 2.0 RC1
« ເມື່ອ: ມີນາ 29, 2009, 09:02:09 PM »
ໃນບົດນີ້ຈະແນະນຳ ວິທີການຕິດຕັ້ງ SMF ເວີຊັນ 2.0 RC1 ເຊິ່ງສິ່ງຈຳເປັນທີ່ຕ້ອງມີຄື Hosting ທີ່ຮອງຮັບຄວາມສາມາດດັ່ງລຸ່ມນີ້:
  • Apache ຫຼື IIS
  • PHP 4.1.0 ຂຶ້ນໄປ
  • MySQL 3.23.28 ຂຶ້ນໄປ
1. ດາວໂຫຼດໄຟລ໌
ກ່ອນອື່ນໃຫ້ໂຫຼດໄຟລ໌ສຳລັບການຕິດຕັ້ງມາກ່ອນ ເຊິ່ງໃນບົດນີ້ແມ່ນສອນການຕິດຕັ້ງ SMF 2.0 RC1 ດັ່ງນັ້ນ ໄຟລ໌ທີ່ຕ້ອງໂຫຼດຄື smf_2-0-rc1_install.zip

2. ການແຕກໄຟລ໌ ແລະອັບໂຫຼດຂຶ້ນ server
ຫຼັງຈາກດາວໂຫຼດມາຮຽບຮ້ອຍແລ້ວ ຈະໄດ້ໄຟລ໌ຊື່ smf_2-0-rc1_install.zip ໃຫ້ຈັດການແຕກໄຟລ໌ ໂດຍໃຊ້ໂປຣແກຣມ WinZip ຫຼື WinRar ຫຼື 7-Zip ຫຼືຕາມແຕ່ທີ່ມີຢູ່. ເມື່ອແຕກໄຟລ໌ແລ້ວ ຈະໄດ້ໄຟລ໌ ແລະໂຟນເດີຕາມລຸ່ມນີ້

agreement.txt
attachments\
avatars\
cache\
index.php\
install_2-0_mysql.sql
install_2-0_postgresql.sql
install_2-0_sqlite.sql
install.php
license.txt
news_readme.html
Packages\
readme.html
Settings_bak.php
Settings.php
Smileys\
Sources\
ssi_examples.php
ssi_examples.shtml
SSI.php
subscriptions.php
Themes\

3. ອັບໂຫຼດ
ຂັ້ນຕອນຕໍ່ໄປຄື ການອັບໂຫຼດໄຟລ໌ທີ່ແຕກມານັ້ນ ຂຶ້ນໄປໄວ້ໃນ server ກໍ່ຈັດການອັບໂຫຼດໂດຍໃຊ້ໂປຣແກຣມ FileZilla ເຊິ່ງເປັນ FTP client ທີ່ Opensource ສາມາດນຳໃຊ້ໄດ້ຟຣີບໍ່ຕ້ອງເພິ່ງພາ crack. ການເຊື່ອມຕໍ່ຫາ FTP ນັ້ນ ໃຫ້ທ່ານກວດສອບລາຍລະອຽດນຳ Hosting ທີ່ໃຊ້ ເພາະແຕ່ລະບ່ອນຈະແຕກຕ່າງກັນໄປເລັກນ້ອຍ.

ການອັບໂຫຼດຈະໃຊ້ເວລາດົນພໍສົມຄວນ ເນື່ອງຈາກມີໄຟລ໌ຈຳນວນຫຼາຍ ຫາກທ່ານໃຊ້ Hosting ທີ່ມີລະບົບແຕກໄຟລ໌ໃນຕົວແລ້ວ ທ່ານອາດຈະອັບໂຫຼດ .zip ຫຼື .tar.bz2 ຂຶ້ນໄປໄວ້ໃນ server ແລ້ວສັ່ງ unpack ຈາກ File Manager ຂອງ Control Panel ໃນ hosting ທີ່ໃຊ້ໄດ້ ວິທີນີ້ຈະໄວກວ່າຫຼາຍເທົ່າ.

4. ການຕິດຕັ້ງ
ກ່ອນການຕິດຕັ້ງ ໃຫ້ສ້າງຖານຂໍ້ມູນຂຶ້ນມາປະໄວ້ກ່ອນ ການສ້າງຖານຂໍ້ມູນ ຫຼື database ນີ້ ສ່ວນຫຼາຍຈະສ້າງຜ່ານ Control Panel ຂອງ hosting ຫຼັງຈາກສ້າງແລ້ວ ຈະໄດ້:
  • hostname
  • database username
  • database password
  • database name
ໃຫ້ຈົດປະໄວ້ ຈະໄດ້ໃຊ້ໃນການຕິດຕັ້ງ SMF

ຕໍ່ໄປ ໃຫ້ເປີດໄຟລ໌ index.php ຜ່ານເວັບ ຕົວຢ່າງເຊັ່ນ http://domain.tld/install.php ໃຫ້ແທນ domain.td ດ້ວຍຊື່ໂດເມນຂອງທ່ານ ກໍ່ຈະພົບໜ້າຈໍດັ່ງລຸ່ມນີ້


ສຳລັບໜ້າຈໍນີ້ ໃຫ້ຄລິກ Continue ໄປເລີຍ


ມາຮອດໜ້າຈໍນີ້ ໃຫ້ໃສ່ຂໍ້ມູນ FTP ລົງໄປ ເຊັ່ນ server, username, password ແລະ path ສຳລັບການຕິດຕັ້ງ; path ນີ້ໃຫ້ສອບຖາມກັບ hosting ຫຼືເບິ່ງຕາມໃນ FTP client. ແລ້ວ ໆ ໃຫ້ຄລິກ Connect ຖ້າໃສ່ບໍ່ຖືກ ລະບົບຈະແຈ້ງວ່າ

ອ້າງອີງ
Unable to connect to FTP server with this combination of details.

530 Login incorrect.
ຫາກຂຶ້ນແບບນີ້ ໃຫ້ລອງໃໝ່ ຖ້າຜ່ານຈະພົບໜ້າຈໍລຸ່ມນີ້


ໜ້າຈໍນີ້ໃຫ້ຕື່ມຂໍ້ມູນກ່ຽວກັບ database ລົງໄປວ່າໃຊ້ Username, passsword, database name ແນວໃດ ສ່ວນ Table Prefix ບໍ່ຕ້ອງປ່ຽນກໍ່ໄດ້. ຈາກນັ້ນຄລິກ Continue.


ໜ້າຈໍນີ້ບໍ່ມີຫຍັງຫຼາຍ ຄລິກ Continue.


ຂັ້ນຕອນນີ້ແມ່ນໃຫ້ພິມລາຍລະອຽດຂອງເວັບບອດທີ່ທ່ານກຳລັງຈະຕິດຕັ້ງ ເຊັ່ນຊື່ເວັບບອດ, URL, ການບີບອັດ Gzip, ການໃຊ້ Database session, ການໃຊ້ UTF-8 ແລະການສົ່ງຂໍ້ມູນສະຖິຕິ.

ໃຫ້ເລືອກຕິກຖືກຫົວຂໍ້ Gzip Output, Database Sessions ແລະ UTF-8 ນອກນັ້ນ ປັບແຕ່ງຕາມຄວາມເໝາະສົມແລ້ວຄລິກ Continue.


ລະບົບຈະແຈ້ງວ່າດຳເນີນການຮອດໃສແລ້ວ ກໍ່ຄລິກ Continue ອີກຄັ້ງ.


ມາຮອດຕອນນີ້ ຖືກວ່າກາຍເຄິ່ງແລ້ວ ໃນຂັ້ນຕອນນີ້ ໃຫ້ພິມຊື່ Admin ແລະລະຫັດ ພ້ອມອີເມລ ແລະລະຫັດຜ່ານຊອງ Database ອີກຄັ້ງນຶ່ງ ຈາກນັ້ນ Continue.


ໜ້າຈໍນີ້ ໃຫ້ຄລິກທີ່ Click here to delete this install.php file now. ແລ້ວຄລິກທີ່ your newly installed forum ເພື່ອເບິ່ງໜ້າເວັບບອດຂອງທ່ານ.



ໃນທີ່ສຸດກໍ່ສຳເລັດຮຽບຮ້ອຍ :D


ຫາກໃຜຕິດຂັດຢູ່ຂັ້ນຕອນໃດກໍ່ສອບຖາມໄດ້ເດີ້...

« ແກ້ໄຂຫຼ້າສຸດ: ມີນາ 29, 2009, 10:31:03 PM ໂດຍ au໘ust »

deth

  • Newbie
  • *
  • ໂພສ: 4
  • ຄຸນງາມຄວາມດີ: +0/-0
  • ເພດ: ຊາຍ
    • ເບິ່ງຂໍ້ມູນສະມາຊິກ
Re: ການຕິດຕັ້ງ SMF 2.0 RC1
« ຕອບກັບ #1 ເມື່ອ: ມີນາ 30, 2009, 12:13:39 AM »
ກຳລັງລອງຕິດຕັ້ງໄດ້ບໍ່ໄດ້ຈັ່ງໃດດຽວມາບອກ
+ ໃຫ້ກ່ອນ

yuanlaozone

  • Newbie
  • *
  • ໂພສ: 1
  • ຄຸນງາມຄວາມດີ: +0/-0
  • ເພດ: ຊາຍ
    • ເບິ່ງຂໍ້ມູນສະມາຊິກ
    • ຂ້ອຍມັກໂຫລດ
Re: ການຕິດຕັ້ງ SMF 2.0 RC1
« ຕອບກັບ #2 ເມື່ອ: ກັນຍາ 29, 2009, 09:22:43 PM »
 ;D ;D ;D ;D ;D ຂອບໃຈຫລາຍຍຍຍເດີ້

 

ການໃຊ້ ຕອບແບບດ່ວນ ທ່ານຈະສາມາດຂຽນຄຳຕອບຂອງທ່ານໄດ້ໃນກະທູ້ ໂດຍບໍ່ຕ້ອງເປີດໄປໝ້າໃໝ່. ນອກຈາກນັ້ນ ທ່ານຍັງສາມາດໃຊ້ລະຫັດ BBCode ໄດ້ປົກກະຕິ.

ຄຳເຕືອນ: ກະທູ້ນີ້ບໍ່ໄດ້ມີການອັບເດດມາເປັນໄລຍະເວລາກວ່າ 120 ມື້ແລ້ວ.
ຫາກທ່ານຈະຕອບກະທູ້ນີ້ ຂໍແນະນຳວ່າໃຫ້ຕັ້ງເປັນກະທູ້ໃໝ່ເລີຍດີກວ່າ.

ຊື່: ອີເມລ:
ການຢືນຢັນ:
ພິມອັກສອນຕາມທີ່ທ່ານເຫັນໃນຮູບ
ຟັງສຽງ / ຂໍຮູບໃໝ່
ພິມອັກສອນຕາມທີ່ທ່ານເຫັນໃນຮູບ:
ສອງບວກສອງເປັນເທົ່າໃດ? (ຕອບເປັນໂຕເລກ):