ຈຂກທ. ກະທູ້: [MOD] cbi v0.5 (Custom Board Icons) ປ່ຽນຮູບສຳລັບແຕ່ລະໝວດ  (ອ່ານ 870 ເທື່ອ)

0 ຄົນ ແລະ 1 ຂາສັນຈອນ ກຳລັງເບິ່ງກະທູ້ນີ້.

au໘ust

  • Administrator
  • Jr. Member
  • *****
  • ໂພສ: 81
  • ຄຸນງາມຄວາມດີ: +4/-0
  • ເພດ: ຊາຍ
  • ບັກນິນນີ່ ແອນ ຮິສ ແອດແວນເຈີ ອອຟ ເດິມໍລະສຸມຊີວິດ
    • ເບິ່ງຂໍ້ມູນສະມາຊິກ
    • au8ust's tech channel
ຈາກໃນກະທູ້ http://laosmf.com/index.php/topic,36.msg147/topicseen.html#msg147 ມື້ນີ້ມາແນະນຳ Mod ທີ່ຈະເຮັດໃຫ້ເຮົາສາມາດໃຊ້ icon ຮູບພາບໃນແຕ່ລະໝວດໃຫ້ແຕກຕ່າງກັນໄດ້ ເຊິ່ງ Mod ທີ່ວ່າກໍຄື cbi v0.5 ນັ້ນເອງ ສາມາດໃຊ້ໄດ້ກັບ SMF 1.1 RC2, 1.1 RC3, 1.1, 1.1.1, 1.1.2, 1.1.3, 1.1.4, 1.1.5, 2.0 Beta 3 Public, 2.0 Beta 3.1 Public, 2.0 RC1-1, 2.0 RC2 .. ກໍປະມານວ່າ ທຸກເວີຊັນຕອນນີ້ເລີຍ ຫະຫະ

ການຕິດຕັ້ງສາມາດເຮັດໄດ້ຜ່ານ package manager ຕາມປົກກະຕິໃນກໍລະນີໃຊ້ theme ມາດຕະຖານ ແຕ່ຫາກໃຊ້ theme ອື່ນໆ ນອກຈາກ default theme ໃຫ້ແກ້ໄຂເອົາເອງເນີ້ ໂດຍການເຂົ້າໄປທີ່ http://custom.simplemachines.org/mods/index.php?mod=511 ແລ້ວເບິ່ງຂວາມື Manual Install Instructions for SMF ຈັດການເລືອກເວີຊັນຂອງ SMF ທີ່ໃຊ້ຢູ່ ແລ້ວຄລິກ Parse ກໍຈະມີໜ້າໃໝ່ຂຶ້ນມາບອກວ່າ ໃຫ້ຊອກຫາໄຟລ໌ໃດ ແຖວທີ່ເທົ່າໃດ ແລ້ວແທນ code ດ້ວຍຫຍັງແດ່

ຫຼັງຈາກຕິດຕັ້ງແລ້ວໆ ໃຫ້ສ້າງໂຟນເດີໃໝ່ໃນ FTP ໃນໂຟນເດີ /Themes/default/ ໃສ່ຊື່ໂຟນເດີໃໝ່ນີ້ວ່າ icons ຈາກນັ້ນໃຫ້ສ້າງໂຟນເດີຍ່ອຍໃນໂຟນເດີ icons ເຊິ່ງໂຟນເດີຍ່ອຍທີ່ຈະສ້າງນີ້ ໃຫ້ອີງຕາມ ID ຂອງໝວດທີ່ເຮົາຈະໃຊ້ ໂດຍວິທີການຊອກ ID ຂອງໝວດນັ້ນ ໃຫ້ເບິ່ງຢູ່ URL ຂອງໝວດ ເຊັ່ນເຮົາເຂົ້າໝວດ “ການປັບແຕ່ງ ແລະລູກຫຼິ້ນເສີມໃນ SMF” ໃນເວັບ laosmf.com ຈະເຫັນວ່າ URL ແມ່ນ http://laosmf.com/index.php/board,5.0.html ແລະ ID ຂອງໝວດນີ້ຄື 5 ນັ້ນເອງ ກໍໃຫ້ສ້າງໂຟນເດີຍ່ອຍວ່າ 5 (ເລກ 5 ໂຕດຽວ) ແລ້ວເອົາໄຟລ໌ຮູບຂອງໝວດ 5 ໃສ່ເຂົ້າໄປ ເຊິ່ງມີ 3 ໄຟລ໌ສຳລັບໄຟລ໌ຮູບໄອຄອນໝວດ ຄື:

1. ໄຟລ໌ on.png
2. ໄຟລ໌ on2.png
3. ໄຟລ໌ off.png

ໄຟລ໌ທຳອິດນັ້ນ ໃຊ້ໃນເວລາມີກະທູ້ໃໝ່, ໄຟລ໌ທີສອງ ໃຊ້ໃນເວລາມີກະທູ້ໃໝ່ທີ່ຍັງບໍ່ໄດ້ອ່ານ (ຖ້າຈື່ບໍ່ຜິດ) ແລະ 3ແມ່ນ ໄຟລ໌ off.png ໃຊ້ໃນເວລາທີ່ກະທູ້ໃນໝວດນັ້ນບໍ່ມີກະທູ້ໃໝ່... ຟັງແລ້ວສັບສົນແມ່ນບໍ່? ປົກກະຕິແລ້ວກໍໃສ່ອັນດຽວກັນໝົດຫັ້ນລະ ປ່ຽນແຕ່ຊື່ ຫະຫະ ແບບວ່າຂີ້ຄ້ານ ..

ອ່າ.. ບໍ່ຄຶດວ່າຈະຂຽນມາຍາວຂະໜາດນີ້ ເຈັບນິ້ວເດ້  - -'

PhoeniXTeN

  • Newbie
  • *
  • ໂພສ: 13
  • ຄຸນງາມຄວາມດີ: +1/-0
  • ເພດ: ຊາຍ
  • ວິຫົກໃນຕຳນານ
    • ເບິ່ງຂໍ້ມູນສະມາຊິກ
    • Lao Graphic Space
Re: [MOD] cbi v0.5 (Custom Board Icons) ປ່ຽນຮູບສຳລັບແຕ່ລະໝວດ
« ຕອບກັບ #1 ເມື່ອ: ມັງກອນ 13, 2010, 11:32:19 PM »
ຮູບໃສ່ໄດ້ແລ້ວ
ແຕ່ ຄຳອະທິບາຍໃນແຕ່ລະຫມວດບໍ່ສະແດງ
 :(
« ແກ້ໄຂຫຼ້າສຸດ: ມັງກອນ 14, 2010, 01:09:51 AM ໂດຍ PhoeniXTeN »

au໘ust

  • Administrator
  • Jr. Member
  • *****
  • ໂພສ: 81
  • ຄຸນງາມຄວາມດີ: +4/-0
  • ເພດ: ຊາຍ
  • ບັກນິນນີ່ ແອນ ຮິສ ແອດແວນເຈີ ອອຟ ເດິມໍລະສຸມຊີວິດ
    • ເບິ່ງຂໍ້ມູນສະມາຊິກ
    • au8ust's tech channel
Re: [MOD] cbi v0.5 (Custom Board Icons) ປ່ຽນຮູບສຳລັບແຕ່ລະໝວດ
« ຕອບກັບ #2 ເມື່ອ: ມັງກອນ 14, 2010, 07:08:46 AM »
ເອົາໄຟລ໌ backup ກັບໄປໃຊ້ກ່ອນ ຫະຫະ ຖ້າບໍ່ມີ backup ກໍໄປເອົາຂອງຕົ້ນສະບັບຫັ້ນລະມາໃຊ້ ແລ້ວເຮັດໃໝ່ ຖ້າຍັງບໍ່ໄດ້ອີກ ໃຫ້ແນບໄຟລ໌ຕົ້ນສະບັບ ກັບໄຟລ໌ທີແກ້ໄຂແລ້ວໃນກະທູ້ນີ້ເດີ

PhoeniXTeN

  • Newbie
  • *
  • ໂພສ: 13
  • ຄຸນງາມຄວາມດີ: +1/-0
  • ເພດ: ຊາຍ
  • ວິຫົກໃນຕຳນານ
    • ເບິ່ງຂໍ້ມູນສະມາຊິກ
    • Lao Graphic Space
Re: [MOD] cbi v0.5 (Custom Board Icons) ປ່ຽນຮູບສຳລັບແຕ່ລະໝວດ
« ຕອບກັບ #3 ເມື່ອ: ມັງກອນ 15, 2010, 06:52:49 PM »
ງຶມໆ

au໘ust

  • Administrator
  • Jr. Member
  • *****
  • ໂພສ: 81
  • ຄຸນງາມຄວາມດີ: +4/-0
  • ເພດ: ຊາຍ
  • ບັກນິນນີ່ ແອນ ຮິສ ແອດແວນເຈີ ອອຟ ເດິມໍລະສຸມຊີວິດ
    • ເບິ່ງຂໍ້ມູນສະມາຊິກ
    • au8ust's tech channel
Re: [MOD] cbi v0.5 (Custom Board Icons) ປ່ຽນຮູບສຳລັບແຕ່ລະໝວດ
« ຕອບກັບ #4 ເມື່ອ: ມັງກອນ 17, 2010, 11:07:54 AM »
ລອງອັນນີ້

PhoeniXTeN

  • Newbie
  • *
  • ໂພສ: 13
  • ຄຸນງາມຄວາມດີ: +1/-0
  • ເພດ: ຊາຍ
  • ວິຫົກໃນຕຳນານ
    • ເບິ່ງຂໍ້ມູນສະມາຊິກ
    • Lao Graphic Space
Re: [MOD] cbi v0.5 (Custom Board Icons) ປ່ຽນຮູບສຳລັບແຕ່ລະໝວດ
« ຕອບກັບ #5 ເມື່ອ: ມັງກອນ 17, 2010, 11:21:20 AM »
ອະ Work !
ຂອບໃຈຫລາຍໆ

PhoeniXTeN

  • Newbie
  • *
  • ໂພສ: 13
  • ຄຸນງາມຄວາມດີ: +1/-0
  • ເພດ: ຊາຍ
  • ວິຫົກໃນຕຳນານ
    • ເບິ່ງຂໍ້ມູນສະມາຊິກ
    • Lao Graphic Space
Re: [MOD] cbi v0.5 (Custom Board Icons) ປ່ຽນຮູບສຳລັບແຕ່ລະໝວດ
« ຕອບກັບ #6 ເມື່ອ: ມັງກອນ 19, 2010, 10:11:36 PM »
ອີກບ່ອນຫນຶ່ງຄື ຄຳອະທິບາຍຫມວດຍ່ອຍ ມັນບໍ່ສະແດງ --*

 

ການໃຊ້ ຕອບແບບດ່ວນ ທ່ານຈະສາມາດຂຽນຄຳຕອບຂອງທ່ານໄດ້ໃນກະທູ້ ໂດຍບໍ່ຕ້ອງເປີດໄປໝ້າໃໝ່. ນອກຈາກນັ້ນ ທ່ານຍັງສາມາດໃຊ້ລະຫັດ BBCode ໄດ້ປົກກະຕິ.

ຄຳເຕືອນ: ກະທູ້ນີ້ບໍ່ໄດ້ມີການອັບເດດມາເປັນໄລຍະເວລາກວ່າ 120 ມື້ແລ້ວ.
ຫາກທ່ານຈະຕອບກະທູ້ນີ້ ຂໍແນະນຳວ່າໃຫ້ຕັ້ງເປັນກະທູ້ໃໝ່ເລີຍດີກວ່າ.

ຊື່: ອີເມລ:
ການຢືນຢັນ:
ພິມອັກສອນຕາມທີ່ທ່ານເຫັນໃນຮູບ
ຟັງສຽງ / ຂໍຮູບໃໝ່
ພິມອັກສອນຕາມທີ່ທ່ານເຫັນໃນຮູບ:
ສອງບວກສອງເປັນເທົ່າໃດ? (ຕອບເປັນໂຕເລກ):