ໂອ້ ເລື່ອງກຸມພາ ກຸມຟາ ນີ້ ບໍ່ແມ່ນຄວາມຜິດພາດຂອງການແປ SMF ເດີ້ ມັນເປັນຄວາມຜິດພາດຂອງລະບົບ Linux ຕອນນີ້ ບໍ່ຮູ້ວ່າໃນ Linux ແມ່ນໃຜໄປແປພາສາລາວຜິດບ່ອນນີ້ ພະຍາຍາມຊອກຫາຢູ່ວ່າມັນຢູ່ໃສ ແຕ່ກໍ່ບໍ່ພົບເຫັນເທື່ອ
ແລ້ວ Linux ກ່ຽວຫຍັງ? ກ່ຽວຢູ່ບ່ອນວ່າ ເດືອນຕ່າງ ໆ ຈະດຶງມາຈາກ string ພາສາລາວໃນລະບົບ ເຊິ່ງ server ໃຊ້ລະບົບ linux ແລ້ວມັນແປຜິດຕາມທີ່ບອກຂ້າງຕົ້ນ ກໍ່ເລີຍອອກມາເປັນ ກຸມຟາ ແບບງົງ ໆ
ບໍ່ຮູ້ວ່າທາງ Os555 ກັບ Devsmudger ຄຶດເຫັນແນວໃດ ແລະວິທີແກ້ໄຂໃນເບື້ອງຕົ້ນ?