ນັບເປັນເວລາເກືອບ 4 ເດືອນທີ່
SMF 2.0 RC2 ຖືກປ່ອຍອອກມາ ແລະຕອນນີ້ SMF 2.0 RC3 ກໍພ້ອມແລ້ວທີ່ຈະໃຫ້ທົດສອບກັນ!
ການປັບປຸງເວີຊັນ RC3 ຂອງລຸ້ນ 2.0 ໃນຄັ້ງນີ້ກໍຮວມມີຫຼາຍກວ່າ 350 ຈຸດ ເຊິ່ງມີຈຸດສຳຄັນຄື:
* ປັບປຸງລະບົບຄວາມປອດໄພ.
* ຮອງຮັບພາສາທີ່ຂຽນຈາກຂວາຫາຊ້າຍໄດ້ດີຂຶ້ນ.
* ປັບປຸງສ່ວນຫົວຂອງ theme Curve.
* ປັບປຸງລະບົບຂໍ້ຄວາມສ່ວນໂຕໃຫ້ເບິ່ງງ່າຍຂຶ້ນ.
* ປັບປຸງລະບົບຕິດຕາມກະທູ້.
* ປັບປຸງ WYSIWYG editor; ຖ້າຫາກໃຊ້ມືຖື ລະບົບນີ້ກໍຈະຖືກປິດອັດຕະໂນມັດ.
* ປັບປຸງໜ້າພິມກະທູ້ໃຫ້ຢູ່ທາງກາງ.
* ປຸ່ມເມນູຕ່າງໆ ຖືກຈັດຮຽງໃໝ່.
* ໃຊ້ສີຕາຕະລາງສະລັບກັນໃນເມນູ admin.
* ໜ້າສະຖິຕິຮວມຖືກປັບປຸງໃໝ່ໝົດ.
* ແກ້ໄຂລະບົບຕິດຕັ້ງສຳລັບ PostgreSQL.
* ອັບເດດໜ້າເອກະສານຊ່ວຍເຫຼືອ.
* ປັບປຸງໜ້າຕົວຢ່າງ SSI ໃໝ່.
* ປັບປຸງສຳນວນທີ່ໃຊ້ໃນແຈ້ງຂໍ້ຄວາມຜິດພາດ.
* ປັບປຸງລະບົບ package manager ໃນສ່ວນຂອງ archive extraction algorithm.
* ຮູບທີ່ຖືກຫຍໍ້ ສາມາດກົດຂະຫຍາຍເຕັມຈໍໄດ້ແລ້ວ.
* ປັບປຸງເວລາອ້າງອິງຂໍ້ຄວາມ ແລະພິມ code.
ສາມາດດາວໂຫລດໄດ້ຈາກ
http://download.simplemachines.org/index.php?thanks;filename=smf_2-0-rc3_install.zip ເລີຍ!